ADPC: ເນື່ອງຈາກວ່າ ຂົງເຂດອາຊີປາຊີຟິກແມ່ນພາກພື້ນທີ່ມີໄພອັນຕະລາຍຫຼາຍທີ່ສຸດໃນໂລກ, ຂົງເຂດຈຶ່ງຕ້ອງຕັ້ງຫນ້າເຮັດວຽກຄຸ້ມຄອງຄວາມສ່ຽງຂອງຕົນ. ເປັນເວລາເກືອບ 30 ປີມາແລ້ວທີ່ ສູນກຽມພ້ອມປ້ອງກັນໄພພິບັດອາຊີ (ADPC) ໄດ້ຮັບການປະກອບສ່ວນເຮັດໃຫ້ຂົງເຂດອາຊີປາຊີຟິກປອດໄພ ໂດຍການສ້າງຄວາມເຂັ້ມແຂງທົນທານຕໍ່ໄພພິບັດໃນທຸກລະດັບ.
ADPC ສ້າງຕັ້ງຂຶ້ນໃນປີ 1986. ADPC ແມ່ນອົງການຈັດຕັ້ງທີ່ເປັນເອກະລາດຢູ່ໃນພາກພື້ນ ແລະ ເຮັດວຽກຢູ່ໃນຫລາຍໆປະເທດໃນພາກພື້ນອາຊີ ຮວມທັງ ອັບການິສະຖານ, ບັງກະລາເທດ, ບູຖານ, ກໍາປູເຈຍ, ຈີນ, ອິນເດຍ, ອິນໂດເນເຊຍ, ສ. ປ. ປ. ລາວ, ມາລດິບ, ມົງໂກນ, ມຽນມາ, ເນປານ, ປາກີສະຖານ, ຊາອຸດີ ອາຣະເບຍ, ສີລັງກາ, ໄທ, ຟີລິບປິນ ແລະ ຫວຽດນາມ. ADPC ມີສໍານັກງານໃຫຍ່ຢູ່ບາງກອກ, ປະເທດໄທ ແລະ ມີຫ້ອງການຢູ່ ບັງກະລາເທດ ແລະ ມຽນມາ. ເຄືອຂ່າຍທີ່ແໜ້ນແຟ້ນກັບຂະແຫນງການຕ່າງໆຂອງລັດຖະບານ ແລະ ການຮ່ວມມືທີ່ເຂັ້ມແຂງກັບອົງການຈັດຕັ້ງພາກພື້ນ ແລະ ອົງການຈັດຕັ້ງເພື່ອການພັດທະນາ ເປັນ ພື້ນຖານໃຫ້ແກ່ການປະຕິບັດງານຂອງ ADPC.
ADPC ນຳໃຊ້ຂໍ້ມູນ ແລະ ລະບົບການຄຸ້ມຄອງຄວາມສ່ຽງຈາກໄພພິບັດ (DRM) ເພື່ອຫຼຸດຜ່ອນຄວາມສ່ຽງລະດັບທ້ອງຖິ່ນ, ລະດັບຊາດ ແລະ ລະດັບພາກພື້ນທົ່ວອາຊີປາຊີຟິກ. ຂົງເຂດວຽກຫຼັກຂອງ ADPC ແມ່ນການສ້າງຄວາມອາດສາມາດດ້ານການຄຸ້ມຄອງຄວາມສ່ຽງຈາກໄພພິບັດ, ການປັບປຸງ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນຕົວເມືອງ ແລະ ການປ່ຽນແປງດິນຟ້າອາກາດ, ການເຊື່ອມສານການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ເຂົ້າໃນການພັດທະນາລະດັບຊາດ ແລະ ທ້ອງຖິ່ນ, ການປັບປຸງລະບົບການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະ ການປະເມີນຄວາມສ່ຽງຈາກໄພພິບັດ. ເພື່ອບັນລຸຈຸດປະສົງໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ADPC ເຮັດວຽກຢ່າງໃກ້ຊິດກັບພາກລັດ ໃນລະດັບທ້ອງຖິ່ນ, ລະດັບຊາດ ແລະ ພາກພື້ນ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຜູ່ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ.
ເວບໄຊ້: http://www.adpc.net/