About SERVIR SEA

ໂຄງການ SERVIR SEA

ໂລກກໍາລັງຮ້ອນຂຶ້ນໃນລະດັບທີ່​ບໍ່ເຄີຍມີມາກ່ອນ ​ເປັນ​ສາ​ເຫດໃຫ້ລະດັບນ້ຳທະເລສູງຂຶ້ນ, ໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງເກີດ​ເລື້ອຍກວ່າ​ເກົ່າ, ແລະ ເຮັດ​ໃຫ້ລະບົບນິເວດມີການປ່ຽນແປງຢ່າງໃຫຍ່​ຫລວງ ເຊິ່ງເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດ.

ປັດຈຸບັນຈຶ່ງ​ມີຄໍາຖາມຜຸດຂຶ້ນ​ມາວ່າພວກເຮົາສາມາດເຮັດຫຍັງ​ໄດ້​ແດ່? ເຮັດແນວໃດທ່ານຈຶ່ງ​ສາ​ມາດຕິດຕາມ ສຸຂະພາບຂອງໂລກ​ຫນ່ວຍນີ້ທັງຫມົດໄດ້?  ພວກເຮົາສາມາດປັບປຸງມັນ​ໄດ້​ແນວ​ໃດ?

ໃນໄລຍະ 50 ກວ່າປີທີ່​ຜ່ານ​ມາ, ນັບຕັ້ງແຕ່ໄດ້​ມີ​ການ​ສົ່ງດາວທຽມ​ຕິດ​ຕາມອາກາດຄັ້ງທໍາອິດການ, ມະນຸດເຮົາໄດ້ນຳ​ໃຊ້​ປະໂຫຍດ ຈາກ​​ຄວາມ​ສາ​ມາດ​ເຫັນ​ພາບ​ຈາກ​ອະ​ວະ​ກາດ ເພື່ອເຂົ້າໃຈສິ່ງທີ່ເກີດຂຶ້ນ​ກັບ​ໂລກຂອງພວກເຮົາ. ດາວທຽມ​ທີ່ໂຄຈອນຮອບໂລກ   ແລະ ຄວາມກ້າວຫນ້າທາງເຕັກໂນໂລຊີອື່ນໆ ເຮັດ​ໃຫ້ ນັກວິທະຍາສາດ​ສາ​ມາດເບິ່ງພາບຂະຫນາດໃຫຍ່, ເກັບກໍາຂໍ້​ມູນ​ຂ່າວສານ​ຫລາຍໆ​ປະ​ເພດ​ກ່ຽວ​ກັບ​​ດິນ​ຟ້າອາກາດ ແລະ ໂລກຂອງພວກເຮົາ . ຂໍ້ມູນເຫຼົ່ານີ້ ໄດ້​ຖືກເກັບກໍາເປັນເວລາຫຼາຍ  ປີ, ສາມາດຊ່ວຍເຫຼືອຊຸມຊົນສ້າງຄວາມ​ເຂັ້ມ​ແຂງທົນ​ທານ ແລະ ປັບ​ຕົວ​ເພື່ອ​ຮັບ​ມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

About SERVIR-Mekong

ບົນ​ພື້ນຖານການຮ່ວມມືທີ່ເປັນເອກະລັກ ລະຫວ່າງ USAID ແລະ NASA, SERVIR SEA ກຳ​ລັງ​ນຳ​ໃຊ້​ຄວາມ​ສາ​ມາດ​ດ້ານເຕັກໂນໂລຊີ​ອະ​ວະ​ກາດ ແລະ ຂໍ້ມູນເປີດ​ເພື່ອຊ່ວຍແກ້ໄຂບັນຫາສິ່ງແວດລ້ອມທີ່​ເປັນ​ບັນ​ຫາຮີບດ່ວນທີ່ສຸດ.

ອີງ​ຕາມ​ແຜນ​ງານຂໍ້ມູນທາງພູມ​ສາດ​ພື້ນ​ທີ່ເພື່ອການພັດທະນາເຊິ່ງ​ເປັນ​ແຜນ​ງານຫ້າປີ (2014-2019), SERVIR SEA ເຮັດວຽກໂດຍເປັນ​ຄູ່​ຮ່ວມ​ງານ ກັບອົງການຈັດຕັ້ງແຖວໜ້າຢູ່ພາກພື້ນເພື່ອຊ່ວຍພາກ​ພື້ນແມ່ນ້ໍາຂອງຕອນ​ລຸ່ມໃນ​ການໃຊ້ຂໍ້ມູນຂ່າວສານ ທີ່​ໄດ້​ຈາກດາວທຽມສຳ​ຫລວດໂລກ ແລະ ເຕັກໂນໂລຊີທາງ​ພູມ​ສາດ​ພື້ນ​ທີ່ ໃນ​ການຄຸ້ມຄອງຄວາມສ່ຽງ​ຈາກ​​ດິນ​ຟ້າອາກາດ. ພາກ​ພື້ນດັ່ງ​ກ່າວປະກອບດ້ວຍກໍາປູເຈຍ, ສ. ປ. ປ. ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ກິດຈະກໍາຂອງ SERVIR SEA ທີ່​ໄດ້​ກຳ​ນົດ​ໄວ້ ເພື່ອບັນ​ລຸ​ຕາມຈຸດປະສົງ ມີດັ່ງຕໍ່ໄປນີ້:

  1. ສ້າງຄວາມອາດສາມາດດ້ານວິຊາການ​ໃຫ້​ແກ່​ຜູ່​ມີ​ອຳ​ນາດ​ໃນການຕັດສິນໃຈຂອງລັດຖະບານ ແລະ ບັນ​ດາອົງການສັງຄົມທີ່ສໍາຄັນ ແລະ ໃຫ້​ແກ່​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ເພື່ອເຊື່ອມສານຂໍ້ມູນຂ່າວ​ສານທາງ​ພູມ​ສາດ​ພື້ນ​ທີ່ເຂົ້າໃນການຕັດສິນໃຈ, ການວາງແຜນ, ແລະການສື່ສານຂອງພາກ​ສ່ວນ​ທີ່​ກ່າວ​ຂ້າງ​ເທິງ.
  2. ປັບປຸງການແລກ​ປ່ຽນຂໍ້ມູນທາງ​ພູມ​ສາດ​ພື້ນ​ທີ່ ທີ່ປຸງ​ແຕ່ງ​ສຳ​ລັບຜູ້ຊົມໃຊ້, ​ຜົນຜະລິດແລະ ການບໍລິການ.
  3. ພັດທະນາຂໍ້ມູນໃຫມ່ທີ່ຕ້ອງ​ການ​ຈາກຜູ່​ຊົມ​ໃຊ້ ແລະ ມີຄຸນະພາບສູງ, ເຄື່ອງມື, ການ​ນຳ​ໃຊ້, ແລະ ແບບ​ຈຳ​ລອງ​ທີ່ແກ້ໄຂບັນ​ຫາ​ພື້ນ​ຖານຕົວ​ຈິງ​ທີ່​ເປັນບູລິມະສິດ
  4. ສ້າງສູນ SERVIR-SEA ໃຫ້ເຂັ້ມແຂງເພື່ອເປັນຜູ່ໃຫ້ການບໍລິການພາກພື້ນ ດ້ານຂໍ້ມູນທາງ​ພູມ​ສາດ​ພື້ນ​ທີ່, ການວິເຄາະ ແລະ ການສ້າງຄວາມອາດສາມາດ

ສູນ​ກຽມພ້ອມ​ປ້ອງ​ກັນ​ໄພພິບັ​ດອາຊີ (ADPC), ແມ່ນສູນທີ່ເປັນ​ທີ່ຮັບການຍອມຮັບ ແລະ ເປັນ​ຜຸ່​ນຳໃນການສ້າງຄວາມເຂັ້ມ​ແຂງທົນ​ທານ​ຕໍ່ໄພພິບັດຢູ່ໃນເຂດອາຊີ ແລະ ເປັນຜູ້ຈັດ​ຕັ້ງປະຕິບັດຫຼັກ ຂອງ SERVIR SEA. ຄູ່ຮ່ວມງານ  ອື່ນໆໃນ​ກຸ່ມ​ບໍ​ລິ​ສັດ ຍັງມີ Spatial Informatics Group (SIG), ສະຖາບັນ ສິ່ງແວດລ້ອມ Stockholm (SEI) ແລະ Deltares, ເຮັດ​ໜ້າ​ທີ່ຊ່ວຍເຫຼືອການຈັດຕັ້ງປະ​ຕິ​ບັດ ໂຄງການ SERVIR SEA ແລະ ນຳ​ເອົາຄວາມຮູ້​ຄວາມສາມາດພິເສດ ເພື່ອຊ່ວຍໃຫ້ການບໍລິການຢູ່ພາກພື້ນ.