About SERVIR SEA

ພວກເຮົາເຮັດຫຍັງ

SERVIR-Mekong ຊ່ວຍໜູນໃຫ້ຜູ່​ມີ​ອຳ​ນາດ​ໃນການຕັດສິນໃຈມີເຄື່ອງມື, ຜະລິດຕະພັນ, ແລະ ການບໍລິການເພື່ອປະຕິບັດຕົວ​ຈິງກ່ຽວກັບບັນຫາດິ​ນຟ້າອາກາດທີ່ລະອຽດອ່ອນເຊັ່ນ: ໄພພິບັດ, ການກະສິກໍາ, ນ້ໍາ, ລະບົບນິເວດ ແລະ ການນໍາໃຊ້ທີ່ດິນ. ໂຄງການນີ້​ເປັນໂຄງການບຸກ​ເບີກໂດຍໃຊ້ປະໂຫຍດຈາກເຕັກໂນໂລຊີທີ່ກ້າວຫນ້າ ດ້ວຍວິທີການທີ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ ຜູ້ຊົມໃຊ້ເປັນຫຼັກ ເພື່ອ ຮັບປະກັນໃຫ້​ຜູ່​ມີ​ອຳ​ນາດ​ໃນການຕັດສິນໃຈ ຢູ່ປະ​ເທດ​ແມ່ນ້ຳຂອງ​ຕອນ​ລຸ່ມມີຄວາມສາມາດ ແລະ ຄວາມຫມັ້ນໃຈ ໃນ​ການ​ຮັບ​ມື​ກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

  1. GEE ໄດ້​ ປະຕິວັດວຽກ​ງານ​ສືບ​ຢັ່ງ​ທາງໄກ. ເຕັກໂນໂລຊີນີ້ ເປີດໂອ​ກາດ​ໃຫ້​ພວກ​ເຮົາ​ສາ​ມາດ  ເຂົ້າເຖິງ ແຫຼ່ງ​ຂໍ້ມູນຂະຫນາດໃຫຍ່ ກ່ຽວ​ກັບພາບຖ່າຍດາວທຽມໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃດໆ ແລະ ຄວາມ​ສາ​ມາດໃນການຄຳນວນທີ່ຈໍາເປັນ ​ໃນ​ການວິເຄາະພາບຖ່າຍດາວທຽມດັ່ງ​ກ່າວ. GEE ​ສັງ​​ລວມ​ເອົາພາບຖ່າຍດາວທຽມຕ່າງໆທີ່​ສ້າງ​ຂຶ້ນ ຕະ​ຫລອດໄລຍະ 40 ກວ່າປີ ທີ່​ຜ່ານ​ມາ ເຂົ້າ ໃນ ກາ​ຕາ​ລັອກ ຂໍ້ມູນສາທາລະນະ ຂອງ Google ທີ່ສາມາດສະ​ຫນອງແຜນທີ່ ແລະ ພາບຖ່າຍຕ່າງໆ ທີ່ມີຄວາມລະອຽດສູງ. Google ກຳ​ລັງເຮັດ​ໃຫ້ SERVIR-Mekong ສາ​ມາດເຂົ້າເຖິງແຫລ່ງ​ຂໍ້​ມູນແລະ ຄວາມຊໍານານງານ ຂອງ ຈາກ developers ຂອງເຂົາເຈົ້າ ເພື່ອຊ່ວຍນັກວິທະຍາສາດຂອງພວກເຮົາ ແລະ ຜູ້ຊົມໃຊ້ໃນການນໍາໃຊ້ເຕັກໂນໂລຊີນີ້ ເຂົ້າ​ໃນການຕັດສິນບັນ​ຫາທີ່ສໍາຄັນ. SERVIR-Mekong ສືບຕໍ່ຂະຫຍາຍການຮ່ວມມືກັບ GEE ທີ່ກ່ຽວຂ້ອງກັບເຄື່ອງມືບຸລິມະສິດຕ່າງໆ, ການພັດທະນາຫລັກສູດ ແລະ ການສ້າງຄວາມອາດສາມາດໂດຍທົ່ວໄປ.
  2. SERVIR-Mekong ໄດ້ໃຊ້ຄວາມພະຍາຍາມຢ່າງ​ເຕັມທີ່ ເພື່ອຮັບປະກັນ​ໃຫ້ຫນ້າ​ວຽກຂອງຕົນ ສາ​ມາດຕອບສະຫນອງຄວາມຕ້ອງການໃນ​ປັດ​ຈູ​ບັນຢ່າງແທ້​ຈິງຂອງພາກພື້ນ. ກົນໄກຍຸດທະສາດທີ່ສໍາຄັນ ເພື່​ອບັນ​ລຸ​ວີ​ທີ​ການ​ບໍ​ລິ​ການ​ທີ່ອີງ​ໃສ່ຄວາມຕ້ອງການຂອງ​ຜູ່​ຊົມ​ໃຊ້​ເປັນ​ຫລັກ ແມ່ນ ການ​ມີເຄື່ອງມືຮ້ອງຂໍການບໍລິການ ດ້ານວິຊາການຂອງພວກເຮົາ ທີ່ສາມາດເຂົ້າເຖິງໄດ້​ໃນເວັບໄຊທ໌ຂອງພວກເຮົາ. ນີ້​ຈະ​ຊ່ວຍ​ໃຫ້​ທຸກ​ຄົນສາ​ມາດຍື່ນຄໍາຮ້ອງເພື່ອຂໍການຊ່ວຍ ເຫຼືອດ້ານວິຊາການ (ຕົວຢ່າງ: ຄວາມຕ້ອງການຂໍ້ມູນ, ການຮ້ອງຂໍເຄື່ອງມື ແລະ ອື່ນໆ). ທີມງານຂອງພວກເຮົາ ຈະຈັດການຮ້ອງຂໍເຫຼົ່ານີ້ ໃຫ້ສອດ​ຄ່ອງ​ກັບ ​ພາ​ລະ​ບົດ​ບາດຂອງ SERVIR-Mekong ແລະ ​ຫນ້າ​ວຽກອື່ນໆທີ່ມີຢູ່ແລ້ວເພື່ອ​ຈັດບຸລິມະສິດ ແລະ ແກ້ໄຂຄວາມຕ້ອງການ ທີ່​ແທ້​ຈິງໃນ​ປັດ​ຈຸ​ບັນ.
  3. SERVIR-Mekong ໄດ້ສ້າງຕັ້ງເຄືອຂ່າຍຂຶ້ນຂອງຈຸດປະສານງານຈາກວິທະຍາໄລໃນພາກພື້ນທີ່ປະກອບດ້ວຍ​ຜູ່ຕາງຫນ້າອາວຸໂສ ແລະ ນັກວິຊາການ​ທາງ​ພູມ​ສາດ​ພື້ນ​ທີ່. ຈຸດປະສົງຂອງເຄືອຂ່າຍນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງຂອງ​ການມີສ່ວນຮ່ວມໃນປະເທດ, ເຮັດວຽກ ໂດຍ​ມີຈຸດປະສົງໃນການຄົ້ນຄວ້າຮ່ວມກັນ, ແລະ ຊ່ວຍພັດທະນາຫລັກສູດການ​ຮຽນ​ການ​ສອນທີ່ເໝາະ​ສົມ. ທັງຫມົດ​ ນີ້ຈະປະ​ກອບ​ສ່ວນ​ເພື່ອບັນລຸວິໄສທັດການ​ພັດທະນາທີ່ຍືນຍົງໃນໄລຍະຍາວຢູ່ໃນພາກພື້ນ. ປະຈຸບັນ, SERVIR-Mekong ເຮັດ​ວຽກ​ຮ່ວມ​ກັບຫ້າ ຄູ່ຮ່ວມງານມະ​ຫາວິທະຍາໄລທີ່ສໍາຄັນຄື: - ມະ​ຫາວິທະຍາໄລເຕັກໂນໂລຊີ ​ມັນດາ​ເລ (Mandalay, ປະເທດມຽນມາ; ມະ​ຫາວິທະຍາໄລ ນາ​ເຣ​ສວນ (Naresuan), ປະເທດໄທ, ມະ​ຫາວິທະຍາໄລແຫ່ງຊາດລາວ; ລາດ​ຊະມະ​ຫາວິທະຍາ​ໄລ​ພະນົມ​ເປັນ, ກໍາປູເຈຍ; ແລະ ມະ​ຫາວິທະຍາໄລແຫ່ງ​ຊາດຫວຽດນາມ-ມະ​ຫາວິທະຍາໄລວິທະຍາສາດ. ເຄືອຂ່າຍນີ້ຄາດວ່າຈະຂະຫຍາຍຕົວ ໃນ​ເວ​ລາ​ໃດທີ່ໂຄງການ​ມີຄູ່ຮ່ວມງານໃຫມ່ເພີ່ມ​ຂຶ້ນ.
  4. SERVIR-Mekong ​ເອົາ​ໃຈໃສ່ຢ່າງ​ໃກ້ຊິດ​ຕໍ່ວິທີການເອົາ​ວຽກ​ງານບົດບາດຍິງຊາຍ ​ເຂົ້າ​ໃນ​ການພັດທະນາເຄື່ອງມື ແລະ ການອອກແບບແຜນ​ງານ. ພວກເຮົາກະ​ກຽມ ເອກະສານຊີ້ນໍາກ່ຽວ​ກັບ ບົດບາດຍິງຊາຍ ແລະ GIS: ເອກະສານຊີ້ນໍາໃຫ້ລາຍລະອຽດກ່ຽວ​ກັບ ວິທີການວິເຄາະບົດບາດຍິງຊາຍ ທີ່ຈະເປັນ​ຂໍ້​ມູນ​ໃຫ້​ແກ່​ການສ້າງ​ຜົນຜະລິດດ້ານGIS. ໂຄງການ SERVIR-Mekong ມີຄວາມມຸ່ງຫມັ້ນທີ່ຈະເຂົ້າໃຈ ການເຊື່ອມໂຍງລະຫວ່າງບົດບາດຍິງຊາຍ, ສິ່ງແວດລ້ອມ ແລະ ການພັດທະນາ, ແລະ ຮັບປະກັນໃຫ້ ຂຶ້ນແຜນ​ງານໃນ​ວຽກ​ລິເລີ່ມກ່ຽວ​ກັບ ການປ່ຽນແປງດິນຟ້າອາກາດ ​ພິ​ຈາ​ລະ​ນາ​ບັນ​ຫາບົດບາດຍິງຊາຍ .